ຖໍ້າຈັງ

ຖ້ຳຈັງແຫ່ງນີ້ຕັ້ງຢູ່ເຂດເມືອງວງວຽງແຂວງວຍງຈັນຫ່າງຈາກສະຜໜາມບິນເກົ່າປະມານ 500 ແມັດເປັນຖ້ຳຂະໜາດໃຫຍ່ແລະເປັນຖ້ຳແຫ່ງດຽວທີ່ມໄຟຟ້າຕິດຕັ້ງຢູ່ພາຍໃນຖ້ຳ, ເຊິ່ງໃນອາດີດປະຊາຊົນແຖວນັ້ນເຊື່ອວ່າຖ້ຳແຫ່ງນີ້ເປັນຖ້ຳສັກສິດຖ້າໃຜເຮັດສິ່ງບໍ່ດີບໍ່ງາມໃນ້ຖຈະເກີດອາການຈັງ ເຊິ່ງອາການຈັງໄດ້ກາຍມາເປັນຊື່ຂອງຖ້ຳ ”ຖ້ຳຈັງ” ເມື່ອເຂົ້າໄປໃນຖ້ຳແລ້ວຈະໄດ້ສຳຜັດກັບອາກາດເຢັນສະບາຍທ່າມກາງຫີນຍ້ອຍຫີນງອກອັນງົດງາມ ແລະ ເມື່ອມີແສງໄຟຟ້າສາດສ່ອງເກີດມີສີສັນເປັ່ງປະກາຍເຮັດໃຫ້ພາຍໃນເບິ່ງລຶກລັບຄືດັ່ງເມືອງໃນເທບນິຍາຍທີ່ມີສະເໜ່ຊວນຫຼົງໄຫຼ ໂດຍສາມາດຍ່າງເລາະຊົມຕາມທາງຊີມັງທີ່ເຮັດໄວ້ຢ່າງດີແລະຖ້າຍ່າງໄປຊ້າຍສຸດເສັ້ນທາງຈະພົບກັບຈຸດຊົມວິວທິວທັດທີ່ສວຍງາມທີ່ສຸດຂອງເມືອງວັງວຽງອີກດ້ວຍ
      ນອກຈາກນີ້ເສັ້ນທາງເຂົ້າຫາຖ້ຳຍັງມີຂົວສີເສດສົດໃສຂ້າມຜ່ານແມ່ນ້ຳຊອງ ເຊິ່ງສາມາດແວ່ຊົມທິວທັດແມນ້ຳຊອງໄດ້ດີ ແລະຈາກຈຸດນີ້ຍັງສາມາດເບິ່ງເຫັນປາກຖ້ຳຈັງຢູ່ບໍລິເວນກາງປ່າທາງໜ້າແຕ່ຖ້າຂື້ນໄປທ່ຽວຊົມຖ້ຳດັ່ງກ່າວຕ້ອງຜ່ານຂັ້ນໃດ147ຂັ້ນ, ເຊິ່ງທາງຂ້າງເທິງນັ້ນຈະຫຼຽວເຫັນທິວທັດງາມໆຂອງຂົວແລະເເມືອງວັງວຽງ

ไม่มีความคิดเห็น:

แสดงความคิดเห็น