ວັງວຽງໜຶ່ງໃນເມືອງທ່ອງທ່ຽວຍອດນິຍົມຂອງລາວ ໄກຈາກນະຄອນຫຼວງວຽງຈັນໄປທາງທິດເໜືອປະມານ 160 ກມ ແລະ ໃຊ້ເວລາເດີນທາງປະມານ 3 ຊົ່ວໂມງ, ເຖິງແມ່ນວ່າວັງວຽງຈະເປັນພຽງເມືອງນ້ອຍໆ ຢູ່ກາງປ່າເຂົາລຳເນົາໄພ ແຕ່ໃນດ້ານການທ່ອງທ່ຽວ ເມືອງວັງວຽງຖືໄດ້ວ່າມີຊື່ສຽງໂດ່ງດັງແລະ ເປັນທີ່ຮູ້ຈັກບໍ່ນ້ອຍໄປກວ່າເມືອງອື່ນໃນລາວເລີຍ.
ດ້ວຍພູມສັນຖານ ແລະ ບັນຍາກາດຂອງເມືອງວັງວຽງ ທີ່ໂອບອ້ອມໄປດ້ວຍພູຜາ ແລະ ສາຍນ້ຳ ເຮັດໃຫ້ວັງວຽງຖືກຍ້ອງຍໍໃຫ້ຄ້າຍຄື ເມືອງກຸ້ຍຫຼິນຂອງປະເທດຈີນ ໂດຍສະເພາະໃນຕອນເຊົ້າທີ່ສາຍໝອກລອຍພາດຜ່ານຂຸນເຂົາ ແລະ ແມ່ນ້ຳຊອງອັນກວ້າງໃຫຍ່ ຖ້າທ່ານຜູ້ອ່ານໄດ້ພັກແຄມນ້ຳ ຕ້ອງຢ່າພາດໃນການຕື່ນແຕ່ເຊົ້າເພື່ອຊົມຈັກເທື່ອໜຶ່ງ ເຊິ່ງເປັນເລື່ອງແປກແຕ່ມີຈິງທີ່ເມືອງວັງວຽງຍັງມີຄູ່ແຝດທີ່ມີພູມສັນຖານ ແລະ ບັນຍາກາດຄ້າຍຄືເມືອງກຸ້ຍຫຼິນ.
ປັດຈຸບັນເມືອງວັງວຽງ ໄດ້ເປີດຕົວເປັນສະຖານທີ່ຍອດນິຍົມ ຂອງບັນດານັກທ່ອງທ່ຽວແບັກແພັກເກີ້ຢ່າງເຕັມໂຕ ດ້ວຍກິດຈະກຳອັນຫຼາກຫຼາຍຂອງເມືອງວັງວຽງ ທີ່ສ່ວນຫຼາຍແລ້ວແມ່ນຮອງຮັບນັກທ່ອງທ່ຽວເຊີງພະຈົນໄພ ບໍ່ວ່າຈະເປັນພາຍຄາຍັກ, ຂີ່ກົງເບັງ, ປິນໄຕ່ທ່ຽວຖ້ຳງາມ ເປັນຕົ້ນ ແຕ່ສຳລັບຄົນມັກນອນເອນກາຍ ອີ່ມເອີບໄປດ້ວຍບັນຍາກາດ ແລະ ທຳມະຊາດ ເມືອງວັງວຽງເປັນດັ່ງສະຫວັນບົນດິນຂອງທ່ານ.
ລ່ອງນ້ຳຊອງດ້ວຍເຮືອຄາຍັກ ຈຸດເດັ່ນ ແມ່ນ້ຳຊອງອາດຈະບໍ່ມີຄວາມຍິ່ງໃຫຍ່ ແລະ ເປັນທີ່ຮູ້ຈັກດີຂອງຜູ້ຄົນທົ່ວໄປ ຖ້າທຽບກັບແມ່ນ້ຳຂອງ ແຕ່ສຳລັບນັກພະຈົນໄພ ທີ່ມັກຮັກໃນການລ່ອງແກ້ງ ສາຍນ້ຳຊອງແຫ່ງນີ້ອາດຈະເປັນສາຍນ້ຳແຫ່ງສະເໜ່ ແລະ ເປັນທີ່ຊື່ນຊອບຫຼາຍກວ່າສາຍນ້ຳອື່ນໆ ໃນປະເທດລາວ ເພາະສາຍນ້ຳຊອງເປັນພຽງສາຍນ້ຳພຽງແຫ່ງດຽວໃນປະເທດລາວ ທີ່ມີບໍລິການລ່ອງແກ້ງຢ່າງຄົບວົງຈອນ ນັກເດີນທາງແບບແບັກແພັກເກີ້ຈຳນວນບໍ່ໜ້ອຍ ເລືອກວັງວຽງ ເປັນເມືອງທ່ອງທ່ຽວອັນດັບໜຶ່ງ ຫຼາຍກວ່າວຽງຈັນ ຫຼື ຫຼວງພະບາງເສຍອີກ ເພາະເມືອງນ້ອຍໆ ກາງຂຸນເຂົາແຫ່ງນີ້ ພວກເຂົາຈະຮັບທັງຄວາມສະໜຸກສະໜານ ຄວາມຕື່ນເຕັ້ນປະທັບໃຈ ແລະ ຊື່ນຊອບທຳມະຊາດອັນສວຍງາມຂອງກຸ້ຍຫຼິນແຫ່ງເມືອງລາວ ທີ່ມີໃຫ້ໄດ້ສຳຜັດຕະຫຼອດໝົດທັງປີ.
ไม่มีความคิดเห็น:
แสดงความคิดเห็น