ສະຖານທີ່ທ່ອງທ່ຽວ

ເມືອງວັງວຽງເປັນໜຶ່ງໃນເມືອງທ່ອງທ່ຽວຍອດນິຍົມ
ຂອງປະເທດລາວເຖິງວ່າວັງວຽງຈະເປັນພຽງເມືອງນ້ອຍໆ
ທີ່ໂອບອ້ອມດ້ວຍພູຜາ ແລະສາຍນ້ຳ.ແຕ່ໃນດ້ານກຸ່ມນັກທ່ອງທ່ຽວ
ເມືອງວັງວຽງຖືວ່າມີຊື່ສຽງໂດ່ງດັງ ແລະ ເປັນທີ່ຮູ້ຈັກບໍ່ນ້ອຍໄປກວ່າ
ເມືອງອື່ນໃນປະເທດລາວ.ດ້ວຍພູມສັນຖານ ແລະ ບັນຍາກາດ
ຂອງເມືອງວັງວຽງ.
    ປັດຈຸບັນເມືອງວັງວຽງໄດ້ເປີດຕົວເປັນສະຖານທີ່ຍອດນິຍົມ
ຂອງບັນດານັກທ່ອງທ່ຽວ,ດ້ວຍກິດຈະກຳທີ່ຫຼາກຫຼາຍ
ບໍ່ວ່າຈະເປັນການພາຍເຮືອຄາຍັກ,ຂີ່ກົງເບັງ,ຂີ່ສະລິ່ງ,ຂີ່ລູກບອນລູນ.
ນອກຈາກຈະເປັນເມືອງທີ່ສວຍງາມແລ້ວຍັງມີຖ້ຳແລະຜາຫີນ
ທີ່ໜ້າທ່ຽວຊົມເປັນຈຳນວນຫຼວງຫຼາຍເຊັ່ນ:ຖ້ຳຈັງ,ຖ້ຳຊ້າງ,ຖ້ຳປູຄຳ,
ຖ້ຳນ້ຳ,ຖ້ຳນອນ ,ຜາຕັ້ງ,ຜາເງິນ ແລະ ແຫຼ່ງທ່ອງທ່ຽວອີກຫຼາຍໆແຫ່ງ ທ່ານໃດທີມາຜ່ອນວັງວຽງຍັງມີເຮືອນພັກວຽງທາລາວິນລ່າ
ທີ່ມີບັນຍາກາດດີມີທິວທັດສວຍງາມ ແລະທີ່ພັກອີກຫຼາຍແຫ່ງຕາມແຄມນ້ຳຊອງ

ไม่มีความคิดเห็น:

แสดงความคิดเห็น